ໂຄງການການມີສ່ວນຮ່ວມຂອງໄວໜຸ່ມ ຢູ່ ກຽກກິດສະຖານ

ດ້ວຍການແນະນໍາຂອງ GIZ ໃນໂຄງການ “ອະນາຄົດຂອງໄວໜຸ່ມ” ຊຸມຊົນທັງ 20 ແຫ່ງ ໃນກຽກກິດສະຖານ ໄດ້ລົງມືຕິດຕັ້ງເວັບໄຊການມີສ່ວນຮ່ວມຂອງປະຊາຊົນຜ່ານທາງດິຈິຕອນ, ຊຶ່ງເຮັດໃຫ້ໄວໜຸ່ມສາມາດເຂົ້າຮ່ວມໃນການຕັດສິນໃຈຂອງພາກລັດໄດ້. ໂດຍການນໍາໃຊ້ເຄື່ອງມືການມີສ່ວນຮ່ວມທາງດິຈິຕອນ, ເຮັດໃຫ້ຊຸມຊົນສາມາດເຂົ້າເຖິງໄດ້ເຖິງ 270.000 ຄົນ. ຕົວຢ່າງທໍາອິດ ລວມມີການເຂົ້າຮ່ວມຂອງໄວໜຸ່ມຂອງອົງການ NGO ທ້ອງຖິ່ນ ແລະ ນັກເຄື່ອນໄຫວໄວໜຸ່ມ ໃນການເຂົ້າຮ່ວມປຶກສາຫາລືກ່ຽວກັບກິດຈະກາໍກອງທຶນພັດທະນາພາກພື້ນໃນຊຸມຊົນ Orlovka ແລະ Ak-Dobo, ມີການຈັດການໂອ້ລົມແບບສາທາລະນະ ກ່ຽວກັບ ການປະກອບສ່ວນໃນພື້ນທີ່ດິນຂອງບັນດາໄວໜຸ່ມໃນຊຸມຊົນ Teploklyuchenka ແລະ Kun-Chygysh ຫຼື ເຮັດການສໍາຫຼວດໄວໜຸ່ມທ້ອງຖິ່ນ ເພື່ອເອົາຂໍ້ມູນກ່ຽວກັບຄວາມຕ້ອງການຂອງພວກເຂົາ ແລະ ສິ່ງທີ່ເປັນບູລິມະສິດຂອງພວກເຂົາ ສອງຄັ້ງຕໍ່ປີ ທີ່ຫ້ອງການເທດສະທານຂອງເມືອງ Balykchy.

ການມີສ່ວນຮ່ວມໃນຮູບແບບດິຈີຕອນໃນຊ່ວງການລະບາດຂອງພະຍາດ Covid-19: ພວກເຮົາໄດ້ນໍາສະເໜີເອົາວິທີການທີ່ຖືກເລືອກ.

ມາດຕະການຮັກສາໄລຍະຫ່າງ ເບິ່ງຄືວ່າຈະຖືກນໍາໃຊ້ໄປໃນໄລຍະໃດໜຶ່ງ ແລະ ດ້ວຍຄໍາຖາມທີ່ມີລັກສະນະທ້າທາຍ ແລະ ການຕັດສິນໃຈຕ່າງໆທີ່ພວກເຮົາຕ້ອງໄດ້ເຮັດ, ພວກເຮົາເຫັນຄວາມຕ້ອງການການມີສ່ວນຮ່ວມດ້ວຍຮູບແບບດິຈິຕອນທີ່ມີຄຸນນະພາບສູງນັ້ນ ກໍາລັງສາຍແສງຢູ່. ມີໂອກາດເພື່ອທົດລອງວິທີການທາງອອນລາຍຮູບແບບໃໝ່, ເພື່ອເບິ່ງວ່າອັນໃດໃຊ້ໄດ້ ອັນໃດໃຊ້ບໍ່ໄດ້, ແລະ ລວມມັນເຂົ້າກັນ ໂດຍການຫັນໜ້າເຂົ້າກັນ ເທົ່າທີ່ຈະເປັນໄປໄດ້. ປະຈຸບັນ ຄືເວລາທີ່ຈະນໍາໃຊ້ການປະສົມປະສານຕົວເລືອກແບບ Hybrid ກໍຄືການລວມເອົາທັງແບບອອນລາຍ ແລະ ອອຟລາຍເຂົ້ານໍາກັນ. ສະນັ້ນ, ພວກເຮົາຈຶ່ງໄດ້ອັບເກດເຄື່ອງມື ແລະ ວິທີການຂອງພວກເຮົາ ດ້ວຍຫົນທາງທີ່ດີທີ່ສຸດ ເພື່ອໃຫ້ໄດ້ຕາມຈຸດປະສົງທີ່ວາງໄວ້ ແລະ ເປັນໄປຕາມຂັ້ນຕອນ, ແລະ ວິທີການເບື່ອງຕົ້ນ ສໍາລັບການແປພາກປະຕິບັດແບບອອນລາຍ. ສອງສິ່ງຫຼັກໆທີ່ປັບປ່ຽນ ລວມມີ ພະຍາຍາມໃຫ້ໜັກຂຶ້ນ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ສະໜັບສະໜູນການມີສ່ວນຮ່ວມ ເພື່ອມີການເລີ່ມສ້າງພາກປະຕິບັດແບບອອນລາຍ, ເນື່ອງຈາກພື້ນຖານການພົບປະກັນແບບເຊິ່ງໜ້ານັ້ນ ເລີ່ມລຸດໜ້ອຍລົງນັບມື້; ປັບໄລຍະເວລາໂດຍປະມານການ ເພື່ອໃຫ້ມີເວລາຫຼາຍຂຶ້ນໃນການວາງແຜນຂະບວນການແບບອອນລາຍ ຕະຫຼອດຈົນເຖິງການອອກແບບ ແລະ ການສະໜັບສະໜູນຜູ້ເຂົ້າຮ່ວມ. ການຍັບຍ້າຍຂະບວນການທາງອອນລາຍເລື່ອຍໆ ແມ່ນບໍ່ສາມາດເອື້ອອີງ “ການລາກ ແລະ ວາງ” ໄດ້ ແຕ່ຕ້ອງໄດ້ໃຫ້ມີກໍານົດການທີ່ສົມຈິງ ແລະ ປັບປ່ຽນໄດ້ໃນຄະນະທີ່ໂລກກໍາລັງລວບລວມຕົວມັນເອງຢູ່. […]

ມີຫຍັງໃໝ່ແນ່ ໃນ PartiCipate – ສ້າງແວດລ້ອມການມີສ່ວນຮ່ວມຂອງປະຊາຊົນໂດຍຜ່ານຮູບແບບດິຈິຕອນ

ມີຫຍັງໃໝ່ແນ່ ໃນ PartiCipate ສ້າງແວດລ້ອມການມີສ່ວນຮ່ວມຂອງປະຊາຊົນໂດຍຜ່ານຮູບແບບດິຈິຕອນ ທຶນນະວັດຕະກໍາຂອງ GIZ ແມ່ນລາງວັນຜະລິດຕະພັນທີ່ດີທີ່ສຸດ ດັ່ງທີ່ທ່ານຮູ້, ວິໄສທັດຂອງພວກເຮົາ ແມ່ນສ້າງເວັບໄຊແນະນໍາການມີສ່ວນຮ່ວມຂອງປະຊາຊົນໃນຮູບແບບດິຈິຕອນ. ໃນປີຜ່ານມາ, ທີມງານຂອງພວກເຮົາ ໄດ້ອອກແບບ ແລະ ທົດລອງເຄື່ອງມືນໍາໃຊ້ຕ່າງໆ, ໂດຍການຮ່ວມມືກັບບັນດາສະຖາບັນ ແລະ ອົງການຕ່າງໆ. ທ່ານສາມາດຊອກຫາແບບຢ່າງທາງອອນລາຍໄດ້ທີ່: https://www.participation.digital/ ວັນທີ 25 ພະຈິກ, ພວກເຮົາໄດ້ນໍາສະເໜີແບບຢ່າງຕົວສຸດທ້າຍ ໃຫ້ແກ່ຄະນະຜູ້ຊ່ຽວຊານ, ລວມທັງ ຜູ້ຮັບຟັງຫຼາຍກວ່າ 2000 ຄົນ ໃນງານສໍາມະນາທີ່ຈັດໃນຮູບແບບອອນລາຍ. 6 ທີມສຸດທ້າຍ ທີ່ມີ 90 ກວ່າແນວຄວາມຄິດ, ຊຶ່ງຜະລິດຕະພັນຂອງພວກເຮົາ ຊະນະ 1 ໃນ 2 ຜະລິດຕະພັນທີ່ດີທີ່ສຸດ. In case you weren’t able to join the final event or you want to […]