ການມີສ່ວນຮ່ວມໃນຮູບແບບດິຈີຕອນໃນຊ່ວງການລະບາດຂອງພະຍາດ Covid-19: ພວກເຮົາໄດ້ນໍາສະເໜີເອົາວິທີການທີ່ຖືກເລືອກ.

ມາດຕະການຮັກສາໄລຍະຫ່າງ ເບິ່ງຄືວ່າຈະຖືກນໍາໃຊ້ໄປໃນໄລຍະໃດໜຶ່ງ ແລະ ດ້ວຍຄໍາຖາມທີ່ມີລັກສະນະທ້າທາຍ ແລະ ການຕັດສິນໃຈຕ່າງໆທີ່ພວກເຮົາຕ້ອງໄດ້ເຮັດ, ພວກເຮົາເຫັນຄວາມຕ້ອງການການມີສ່ວນຮ່ວມດ້ວຍຮູບແບບດິຈິຕອນທີ່ມີຄຸນນະພາບສູງນັ້ນ ກໍາລັງສາຍແສງຢູ່.

ມີໂອກາດເພື່ອທົດລອງວິທີການທາງອອນລາຍຮູບແບບໃໝ່, ເພື່ອເບິ່ງວ່າອັນໃດໃຊ້ໄດ້ ອັນໃດໃຊ້ບໍ່ໄດ້, ແລະ ລວມມັນເຂົ້າກັນ ໂດຍການຫັນໜ້າເຂົ້າກັນ ເທົ່າທີ່ຈະເປັນໄປໄດ້.

ປະຈຸບັນ ຄືເວລາທີ່ຈະນໍາໃຊ້ການປະສົມປະສານຕົວເລືອກແບບ Hybrid ກໍຄືການລວມເອົາທັງແບບອອນລາຍ ແລະ ອອຟລາຍເຂົ້ານໍາກັນ. ສະນັ້ນ, ພວກເຮົາຈຶ່ງໄດ້ອັບເກດເຄື່ອງມື ແລະ ວິທີການຂອງພວກເຮົາ ດ້ວຍຫົນທາງທີ່ດີທີ່ສຸດ ເພື່ອໃຫ້ໄດ້ຕາມຈຸດປະສົງທີ່ວາງໄວ້ ແລະ ເປັນໄປຕາມຂັ້ນຕອນ, ແລະ ວິທີການເບື່ອງຕົ້ນ ສໍາລັບການແປພາກປະຕິບັດແບບອອນລາຍ.

ສອງສິ່ງຫຼັກໆທີ່ປັບປ່ຽນ ລວມມີ

  • ພະຍາຍາມໃຫ້ໜັກຂຶ້ນ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ສະໜັບສະໜູນການມີສ່ວນຮ່ວມ ເພື່ອມີການເລີ່ມສ້າງພາກປະຕິບັດແບບອອນລາຍ, ເນື່ອງຈາກພື້ນຖານການພົບປະກັນແບບເຊິ່ງໜ້ານັ້ນ ເລີ່ມລຸດໜ້ອຍລົງນັບມື້;
  • ປັບໄລຍະເວລາໂດຍປະມານການ ເພື່ອໃຫ້ມີເວລາຫຼາຍຂຶ້ນໃນການວາງແຜນຂະບວນການແບບອອນລາຍ ຕະຫຼອດຈົນເຖິງການອອກແບບ ແລະ ການສະໜັບສະໜູນຜູ້ເຂົ້າຮ່ວມ. ການຍັບຍ້າຍຂະບວນການທາງອອນລາຍເລື່ອຍໆ ແມ່ນບໍ່ສາມາດເອື້ອອີງ “ການລາກ ແລະ ວາງ” ໄດ້ ແຕ່ຕ້ອງໄດ້ໃຫ້ມີກໍານົດການທີ່ສົມຈິງ ແລະ ປັບປ່ຽນໄດ້ໃນຄະນະທີ່ໂລກກໍາລັງລວບລວມຕົວມັນເອງຢູ່.

Covid-19 ຍັງໝາຍເຖິງການຕັດສິນໃຈຈາກສ່ວນກາງ ແລະ ສົ່ງຕໍ່ຄວາມໄວ້ວາງໃຈໄປຍັງຜູ້ຊ່ຽວຊານ. ຢ່າງໃດກໍຕາມ, ກໍມີຄວາມຫຍຸ້ງຍາກໃນການເລືອກເຟັ້ນໃນຕໍ່ໜ້າ, ແລະ ສາທາລະນາຊົນ ກໍຕ້ອງມີອໍານາດຫຼາຍຂຶ້ນເພື່ອສະແດງຄວາມຄິດເຫັນຕໍ່ກັບບັນຫານີ້.

Share this news:

Twitter
Facebook
LinkedIn
WhatsApp
Email