ມີຫຍັງໃໝ່ແນ່ ໃນ PartiCipate – ສ້າງແວດລ້ອມການມີສ່ວນຮ່ວມຂອງປະຊາຊົນໂດຍຜ່ານຮູບແບບດິຈິຕອນ

ມີຫຍັງໃໝ່ແນ່ ໃນ PartiCipate ສ້າງແວດລ້ອມການມີສ່ວນຮ່ວມຂອງປະຊາຊົນໂດຍຜ່ານຮູບແບບດິຈິຕອນ

ທຶນນະວັດຕະກໍາຂອງ GIZ ແມ່ນລາງວັນຜະລິດຕະພັນທີ່ດີທີ່ສຸດ

ດັ່ງທີ່ທ່ານຮູ້, ວິໄສທັດຂອງພວກເຮົາ ແມ່ນສ້າງເວັບໄຊແນະນໍາການມີສ່ວນຮ່ວມຂອງປະຊາຊົນໃນຮູບແບບດິຈິຕອນ. ໃນປີຜ່ານມາ, ທີມງານຂອງພວກເຮົາ ໄດ້ອອກແບບ ແລະ ທົດລອງເຄື່ອງມືນໍາໃຊ້ຕ່າງໆ, ໂດຍການຮ່ວມມືກັບບັນດາສະຖາບັນ ແລະ ອົງການຕ່າງໆ.

ທ່ານສາມາດຊອກຫາແບບຢ່າງທາງອອນລາຍໄດ້ທີ່: https://www.participation.digital/

ວັນທີ 25 ພະຈິກ, ພວກເຮົາໄດ້ນໍາສະເໜີແບບຢ່າງຕົວສຸດທ້າຍ ໃຫ້ແກ່ຄະນະຜູ້ຊ່ຽວຊານ, ລວມທັງ ຜູ້ຮັບຟັງຫຼາຍກວ່າ 2000 ຄົນ ໃນງານສໍາມະນາທີ່ຈັດໃນຮູບແບບອອນລາຍ. 6 ທີມສຸດທ້າຍ ທີ່ມີ 90 ກວ່າແນວຄວາມຄິດ, ຊຶ່ງຜະລິດຕະພັນຂອງພວກເຮົາ ຊະນະ 1 ໃນ 2 ຜະລິດຕະພັນທີ່ດີທີ່ສຸດ.

In case you weren’t able to join the final event or you want to refresh your memory, watch our pitchand the award ceremony on YouTube.

ຂັ້ນຕໍ່ໄປ: ໄລຍະກໍານົດການ

ນອກຈາກລາງວັນແລ້ວ, ທີມງານຂອງພວກເຮົາຍັງໄດ້ແຫຼ່ງທຶນເພື່ອນໍາມາພັດທະນາຕໍ່ຍອດຜະລິດຕະພັນຂອງພວກເຮົານໍາ

ໃນຕອນທ້າຍຂອງໄລຍະກໍານົດການໃນທ້າຍປີນີ້, ພວກເຮົາມຸ້ງຫວັງທີ່ຈະນໍາໃຊ້ເຄື່ອງມືຮູບແບບດິຈິຕອນແບບຄອບຄຸມ ສໍາລັບການມີສ່ວນຮ່ວມຂອງປະຊາຊົນ, ຕາມຮູບແບບການດໍາເນີນງານແບບລັກສະນະຍືນຍົງ.

ແຜນຂອງພວກເຮົາສໍາລັບສົກປີ 2021 ປະກອບມີ:

  • ກໍານົດ ແລະ ຢືນຢັນເຄື່ອງມືການໃຫ້ຄໍາແນະນໍາແບບດິຈິຕອນ
  • ປັບແຕ່ງຊຸດເຄື່ອງມືສໍາລັບວິທີການຂອງການມີສ່ວນຮ່ວມ
  • ກວດສອບກັບໂປແກມແບບຢ່າງທົດລອງ
  • ເປີດເວັບໄຊສາທາລະນະເວັບໃໝ່
  • ເລີ່ມຊອກຫາຄູ່ຮ່ວມງານເພີ່ມ
  • ຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມຍືນຍົງ

ພວກເຮົາກໍາລັງຊອກຫາຄູ່ຮ່ວມງານ

ເພື່ອເສີມຂະຫຍາຍ ແລະ ປັບປຸງວຽກງານຂອງພວກເຮົາໃນຕໍ່ໜ້າ, ພວກເຮົາກໍາລັງຊອກຫາຄູ່ຮ່ວມງານ, ອົງກອນ ແລະ ສະຖາບັນຕ່າງໆ ເພື່ອຮ່ວມເດີນທາງໄປນໍາພວກເຮົາ. ນັ້ນຄືເຫດຜົນທີ່ພວກເຮົາຈະເປີດຮັບເອົາໃນຊ່ວງເດືອນມີນາ, ຊຶ່ງພວກເຮົາຈະນໍາສະເໜີວິທີການຂອງພວກເຮົາ ແລະ ໂອ້ລົມກັນກ່ຽວກັບຄວາມອາດສາມາດໃນການຮ່ວມມືກັນ.

ແຈ້ງໃຫ້ພວກເຮົາຊາບ ຫາກທ່ານຕ້ອງການທີ່ຈະເຂົ້າຮ່ວມ!

ເປັນຫຍັງຕ້ອງແມ່ນ PartiCipate?

ການມີສ່ວນຮ່ວມຂອງປະຊາຊົນໃນຮູບແບບດິຈິຕອນນີ້ ແມ່ນວິທີການຊຸກຍູ້ປະຊາຊົນ ແລະ ສ້າງເວທີໂອ້ລົມສົນທະນາເພື່ອໃຫ້ມີການເຂົ້າເຖິງທີ່ຫຼາກຫຼາຍຂຶ້ນ. ຊຶ່ງຂະນະທີ່ໃນທາງການຕະຫຼາດເອງ ກໍມີຫຼາກຫຼາຍວິທີການເພື່ອນໍາໃຊ້, ແຕ່ກໍບໍ່ແມ່ນເລື່ອງງ່າຍສໍາລັບຊຸມຊົນທີ່ຈະເລືອກເອົາວິທີການທີ່ແທດເໝາະແກ່ພວກເຂົາເອງມານໍາໃຊ້.

ສິ່ງນີ້ແມ່ນນໍາໃຊ້ໄດ້ຢ່າງຖືກຕ້ອງກັບລັດຖະບານທ້ອງຖິ່ນ ໃນທາງໂລກຕອນໃຕ້ທີ່ມີການເຂົ້າເຖິງຄວາມຮູ້ທາງດິຈິຕອນທີ່ຈໍາກັດ, ແຫຼ່ງຊັບພະຍາກອນທີ່ຫາຍາກ ແລະ ກຸ່ມຄົນທີ່ມີລັກສະນະແຕກຕ່າງກັນ

ນັ້ນຄືເຫດຜົນວ່າເປັນຫຍັງ ພວກເຮົາຈຶ່ງກໍາລັງສ້າງເຄື່ອງມືທາງດິຈິຕອນກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນນີ້ຂຶ້ນ, ຊຶ່ງເປັນການຊ່ວຍສະໜອງໃຫ້ແກ່ລັດຖະບານທ້ອງຖິ່ນ ແລະ ອົງກອນທາງສັງຄົມ ດ້ວຍ:

  1. ການເຂົ້າເຖິງຄວາມຕ້ອງການສະເພາະຂອງພວກເຂົາ ແລະ ຄວາມເຂົ້າໃຈກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ.
  2. ໃຫ້ຂໍ້ສະເໜີແນະ ສໍາລັບວິທີການມີສ່ວນຮ່ວມທີ່ແທດເໝາະ.
  3. ເຊື່ອມຈອດພວກເຂົາ ດ້ວຍວິທີການທາງດິຈິຕອນທີ່ມີຢູ່.

ທ່ານຕ້ອງການໄດ້ຍິນຕື່ມບໍ່? ທ່ານມີຄໍາຖາມສະເພາະ ຫຼື ທ່ານຕ້ອງການເຂົ້າຮ່ວມ?

ໃຫ້ທ່ານຕິດຕໍ່ຫາທີມງານຂອງພວກເຮົາ, ຫຼື ສົ່ງຫາພວກເຮົາທີ່: info@participation.digital

ທີມງານ PartiCipate ຂອງທ່ານ

Lisa Hiemer-Maqoma, Sandra Fuhr, Nina Harnischfeger,

Annika Schönfeld, Katharina Lampe ແລະ Johannes Mager

Share this news:

Twitter
Facebook
LinkedIn
WhatsApp
Email