ໂຄງການການມີສ່ວນຮ່ວມຂອງໄວໜຸ່ມ ຢູ່ ກຽກກິດສະຖານ

ດ້ວຍການແນະນໍາຂອງ GIZ ໃນໂຄງການ “ອະນາຄົດຂອງໄວໜຸ່ມ” ຊຸມຊົນທັງ 20 ແຫ່ງ ໃນກຽກກິດສະຖານ ໄດ້ລົງມືຕິດຕັ້ງເວັບໄຊການມີສ່ວນຮ່ວມຂອງປະຊາຊົນຜ່ານທາງດິຈິຕອນ, ຊຶ່ງເຮັດໃຫ້ໄວໜຸ່ມສາມາດເຂົ້າຮ່ວມໃນການຕັດສິນໃຈຂອງພາກລັດໄດ້.

ໂດຍການນໍາໃຊ້ເຄື່ອງມືການມີສ່ວນຮ່ວມທາງດິຈິຕອນ, ເຮັດໃຫ້ຊຸມຊົນສາມາດເຂົ້າເຖິງໄດ້ເຖິງ 270.000 ຄົນ.

ຕົວຢ່າງທໍາອິດ ລວມມີການເຂົ້າຮ່ວມຂອງໄວໜຸ່ມຂອງອົງການ NGO ທ້ອງຖິ່ນ ແລະ ນັກເຄື່ອນໄຫວໄວໜຸ່ມ ໃນການເຂົ້າຮ່ວມປຶກສາຫາລືກ່ຽວກັບກິດຈະກາໍກອງທຶນພັດທະນາພາກພື້ນໃນຊຸມຊົນ Orlovka ແລະ Ak-Dobo, ມີການຈັດການໂອ້ລົມແບບສາທາລະນະ ກ່ຽວກັບ ການປະກອບສ່ວນໃນພື້ນທີ່ດິນຂອງບັນດາໄວໜຸ່ມໃນຊຸມຊົນ Teploklyuchenka ແລະ Kun-Chygysh ຫຼື ເຮັດການສໍາຫຼວດໄວໜຸ່ມທ້ອງຖິ່ນ ເພື່ອເອົາຂໍ້ມູນກ່ຽວກັບຄວາມຕ້ອງການຂອງພວກເຂົາ ແລະ ສິ່ງທີ່ເປັນບູລິມະສິດຂອງພວກເຂົາ ສອງຄັ້ງຕໍ່ປີ ທີ່ຫ້ອງການເທດສະທານຂອງເມືອງ Balykchy.

Share this news:

Twitter
Facebook
LinkedIn
WhatsApp
Email